ລາວ ດີຊາຍ ອິນໂຟ ເປັນຄວາມຄິດລິເລີ່ມຂອງລັດຖະບານລາວ ທີ່ມີຄວາມພະຍາຍາມ ແລະ ໃສ່ໃຈໃນການປັບປຸງເພື່ອແກ້ໄຂ ການເຂົ້າເຖິງຂໍ້ມູນທີ່ເປັນຂໍ້ໄຂບັນຫາທີ່ສຳຄັນ ແລະ ຂໍ້ມູນຂ່າວສານຕ່າງໆທີ່ເປັນທາງການ ສຳລັບການວາງແຜນທາງດ້ານການພັດທະນາ ແລະ ການໃຫ້ຄວາມຮູ້ທີ່ເປັນປະໂຫຍດ ເພື່ອການຕັດສິນໃຈຢ່າງຖືກຕ້ອງ ໃນ ສປປ ລາວ.
ຕະໜ່າງເຄືອຂ່າຍເວທີຖະແຫຼ່ງນະໂຍບາຍນີ້ ແມ່ນຖືກອອກແບບມາເພື່ອອຳນວຍຄວາມສະດວກໃຫ້ແກ່ ການມີສ່ວນຮ່ວມ ແລະ ການເຊື່ມໂຍງທາງດ້ານຂໍ້ມູນຂ່າວສານທີ່ເປັນທາງການ ເຊິ່ງໄດ້ມາຈາກ ຂະແໜງການພາກສ່ວນຕ່າງໆ ລວມໄປເຖິງຂົງເຂດລະດັບການຈັດຕັ້ງທຸກໆຂັ້ນ. ເຖິງແມ່ນວ່າບັນດາຂໍ້ມູນຂ່າວສານ ໃນເວທີຖະແຫຼ່ງນະໂຍບາຍ ລາວ ດີຊາຍ ອິນໂຟ ນີ້ ຈະເປັນ ກຳມະສິດຂອງບັນດາສະຖາບັນຕ່າງໆ ທີ່ເປັນອົງກອນ ຂອງລັດຖະບານ ສປປ ລາວ ກໍ່ຕາມ, ແຕ່ກໍ່ມີການອະນຸຍາດໃຫ້ສິດ ແກ່ຜູ້ນຳໃຊ້ທີ່ຫຼາກຫຼາຍຄວາມຕ້ອງການໃນການຊົມໃຊ້ ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງກວ້າງຂວາງ.
ໂດຍຜ່ານຊຸດອຸປະກອນເຄື່ອງມືນີ້ ຈະເຮັດໃຫ້ພວກເຮົາສາມາດເຂົ້າເຖິງຂໍ້ມູນພື້ນຖານຕ່າງໆທີ່ສຳຄັນໃນທົ່ວປະເທດ ບໍ່ວ່າຈະເປັນ ການສຳຫຼວດທາງດ້ານພູມມີປະເທດ, ການຄົ້ນຫາຂໍ້ສົງໃສ, ການວິເຄາະ ແລະ ການອັດບັນທຶກ ຫຼື ດາວໂຫຼດເອົາຂໍ້ມູນເປັນຕົ້ນ. ເວທີຖະແຫຼ່ງນະໂຍບາຍ DECIDE ແມ່ນຖືກອອກແບບມາ ເພື່ອນຳສະເໜີເຄື່ອງມືຕ່າງໆໃຫ້ແກ່ຜູ້ນຳໃຊ້ທີ່ມີຄວາມຫຼາກຫຼາຍໃນການຊົມໃຊ້ທີ່ແຕກຕ່າງກັນ ເຊິ່ງໃນນັ້ນແມ່ນຈະລວມມີທັງແຜນທີ່ທາງການສຳຫຼວດແບບທຳມະດາສຳລັບຜູ້ເລີ່ມຫັດ ຈົນກ້າວໄປ ເຖິງເຄື່ອງມືຂັ້ນສູງໃນການຄົ້ນຫາຂໍ້ມູນທາງການສຳຫຼວດທີ່ຄວບຄຸມພື້ນທີ່ອານາເຂດກວ້າງໄກ ສຳລັບຜູ້ນຳໃຊ້ທີ່ຕ້ອງການເພີ່ມເຕືມ ປະສົບການໃນການວິເຄາະ, ແລະ ເຊັ່ນດຽວກັນສຳລັບຂໍ້ມູນຂ່າວສານ ກໍ່ແມ່ນມີຄວາມຫຼາກຫຼາຍໃນການຈັດການຂອງຮູບແບບ ແທດເໝາະຕາມຄວາມຕ້ອງການໃນການນຳໃຊ້ເປັນສ່ວນບຸກຄົນ. ເວທີຖະແຫຼ່ງນະໂຍບາຍ ລາວ ດີຊາຍ ອິນໂຟ ຍັງແມ່ນເພື່ອເປັນການສົ່ງເສີມການນຳໃຊ້ ແລະ ການແລກປ່ຽນຂໍ້ມູນຂອງການຄວບຄຸມພື້ນທີ່ອານາເຂດທີ່ກວ້າງໄກ ແລະ ຂໍ້ມູນສະຖິຕິ ລະຫວ່າງຂະແໜງການຂອງພາກສ່ວນຕ່າງໆ.
ເວທີຖະແຫຼ່ງນະໂຍບາຍນີ້ ໄດ້ມີການດຳເນີນງານເບື້ອງຕົ້ນດ້ວຍຂໍ້ມູນຂ່າວສານໃນຂັ້ນບ້ານ ທີ່ໄດ້ມາຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດໃນປີ 2005, ແລະ ມາເຖິງປະຈຸບັນນີ້ ກໍ່ໄດ້ແຜ່ຂະຫຍາຍຂອບເຂດຂໍ້ມູນໃຫ້ກວ້າງຂວາງຂຶ້ນ ໂດຍການນຳເອົາຂໍ້ມູນທີ່ມີຄວາມລະອຽດສູງ ຈາກການສຳຫຼວດການກະສິກຳ ໃນປີ 2010/11 ມາລວມເຂົ້າໃສ່, ແລະ ເຊັ່ນດຽວກັນໃນອານາຄົດອັນໃກ້ນີ້ ກໍ່ອາດມີ ຄວາມເປັນໄປໄດ້ ທີ່ຈະພະຍາຍາມເອົາຂໍ້ມູນການສຳຫຼວດ ກ່ຽວກັບການເຊົ່າທີ່ດິນ ແລະ ການສຳປະທານທີ່ດິນ ໃນທົ່ວປະເທດ ມາລວມເຂົ້າໃສ່ ເພື່ອອຳນວຍຄວາມສະດວກເຮັດໃຫ້ ລະຫວ່າງລະບຽບການຕ່າງໆ ແລະ ພື້ນທີ່ອານາເຂດທີ່ກວ້າງໄກ ມີການເຊື່ອມໂຍງເປັນຢ່າງດີຕໍ່ກັບການວາງແຜນທາງດ້ານການພັດທະນາ.